ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະພາ​ເອີ​ຣົບ ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປັນຍາ​ປະດິດ


     ສຳນັກ​ຂ່າວຊິນ​ຮວາ ລາຍ​ງານ​ໃນ​ວັນ​ທີ 15 ມີນາ 2024 ນີ້​ວ່າ: ສະພາ​ເອີ​ຣົບ ໄດ້​ປ່ອນ​ບັດ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປັນ
ຍາ​ປະດິດ​ຢ່າງ​ເປັນ​ທາງ​ການ ເພື່ອ​ກຳນົດ​ການ​ນຳ​ໃຊ້​ປັນຍາ​ປະດິດ​ໃຫ້​ເປັນ​ລະບຽບ​ແບບແຜນ​ຢ່າງ​ເຂັ່ງ​ຄັດ. ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​
ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ເອີ​ຣົບ ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​​ສະ​ຕຣາ​ເບີກ ປະເທດ​ ຝຣັ່ງ​ ໄດ້​ມີ​ສະມາຊິກ​ສະພາ​ເອີ​ຣົບ​ທັງ​ໝົດ 523
ຄົນ​ລົງ​ຄະແນນ​ສຽງ​ເຫັນ​ດີ, 46 ຄົນ​ລົງ​ຄະແນນ​ສຽງ​ບໍ່​ເຫັນ​ດີ ແລະ 49 ຄົນ​ງົດ​ອອກສຽງ. ປະເທດ​ສະມາຊິກ​ສະຫະພາບ ​ເອີ​ຣົບ ຈະ
​ອະນຸມັດ​ຮ່າງ​ກົດໝາຍ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ ​ພຶດສະພາ​ ປີ 2024, ຄາດ​ວ່າ​ຮ່າງ​ກົດໝາຍ​ດັ່ງກ່າວ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນ​
ຕົ້ນ​ປີ 2025 ແລະ ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ໃນ​ປີ 2026, ໃນ​ນັ້ນ​ມີ​ບາງ​ມາດຕາ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໄວ​ກວ່າ​ກຳນົດ. ຄະນະ​ກຳມາ​ທິ​ການ​
ສະຫະ ພາບ​ເອີ​ຣົບ ໄດ້​ສະເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ປັນຍາ​ປະດິດ​ເມື່ອ​ເດືອນ ​ເມສາ ​ປີ 2021 ແລະ ໄດ້​ບັນລຸ​ສັນຍາ​ເບື້ອງ​ຕົ້ນ​ກ່ຽວ​ກັບ​
ການ​ນຳ​ໃຊ້​ການ​ຈຳແນກ ແລະ ຕິດຕາມ​ທາງ​ຊີວະ​ພາບ ​ຂອງ​ລັດຖະບານ​ກໍ​ຄື​ບັນຫາ​ເຮັດ​ແນວໃດ​ເພື່ອ​ຕິດຕາມ​ຄຸ້ມ​ຄອງ​ປັນຍາ​ປະດິດ
ຕ່າງໆ​ເຊັ່ນ: ChatGPT ເປັນຕົ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/03/2024